ການສຶກສາກ່ຽວກັບ ທາງເລືອກອີງໃສ່ທຳມະຊາດ (NbS) ໃນອາຊຽນ ມີເປົ້າໝາຍເພື່ອໃຫ້ພາບລວມທີ່ແຂງແຮງ ກ່ຽວກັບສະຖານະຂອງ NbS (ທີ່ກ່ຽວກັບ ລະບົບນິເວດປ່າໄມ້ ພື້ນທີ່ດິນຫວ່າງ ແລະ ເຂດຊາຍຝັ່ງ) ໃນບັນດາປະເທດສະມາຊິກອາຊຽນ (AMS) ແລະມີເປົ້າໝາຍ:
1/ ລວບລວມ ແລະ ສັງຄະລວມ ຄວາມຮູ້ທີ່ມີຢູ່ ເພື່ອກຳນົດແນວປະຕິບັດທີ່ດີທີ່ສຸດ ຂອງ NbS ແລະ ຜົນປະໂຫຍດດ້ານເສດຖະກິດ-ສັງຄົມ;
2/ ໃຫ້ຜົນການທີ່ອີງໃສ່ຫຼັກຖານ ດ້ານສິ່ງແວດລ້ອມ ແລະ ເສດຖະກິດ-ສັງຄົມ ໃນພາກພື້ນເອຊີຕາເວັນອອກໃຕ້;
3/ ກຳນົດເຄື່ອງມື ແລະ ກົນໄກດ້ານການເງິນ ເພື່ອສະໜັບສະໜູນການນຳໃຊ້ ແລະ ການຂະຫຍາຍ NbS;
4/ ໃຫ້ຄຳແນະນຳ ກ່ຽວກັບວິທີການບູລະນາການ ແລະ ເພີ່ມການນຳໃຊ້ NbS ໃນນະໂຍບາຍລະດັບພາກພື້ນ ແລະ ລະດັບທ້ອງຖິ່ນ.
ຕາມເປົ້າໝາຍເຫຼົ່ານີ້ ການສຶກສາຈະທົບທວນຕົວຢ່າງໃນພາກພື້ນ ເພື່ອໃຫ້ມຸມມອງທາງເສດຖະກິດທີ່ແຂງແຮງ ແລະ ເຫດຜົນສະໜັບສະໜູນ NbS ເຊັ່ນ ການສ້າງວຽກງານ ໂອກາດການລົງທຶນ ແລະ ການບູລະນາເຂົ້າໃນຕະຫຼາດຄາບອນ ເປັນຕົ້ນ