ການປູກເຂົ້ານາ ປະສົມປະສານກັບການລ້ຽງເປັດ ແລະ ປູກ ພືດລະດູແລ້ງ ໃນນາເຂົ້າ ແມ່ນວິທີການໜຶ່ງ ທີ່ສົ່ງສົ່ ຜົນເຮັດ ໃຫ້ການຜະລິດທີ່ຍືນຍົງ, ເຊີ່ງສາມາດເພີ່ມຜົນຜະລິດເຂົ້ານາ ຈາກການໄດ້ຮັບຝຸ່ນທຳມະຊາດ, ສ້າງລາຍຮັບຈາກການເຮັດ ຫຼາຍກິດຈະກຳໃນພື້ນທີ່ດຍວກັນ ແລະ ມີການປັບປຸງດິນໄປ ພ້ອມ ຈາກການນຳໃຊ້ຝຸ່ນຂຽວຈາກພືດຕະກຸນຖົ່ວ ແລະ ຝຸ່ນຈາກເປັດ. ລະບົບນີ້ຍັງເປັນການຫຼຸດຜ່ອນ ແຮງງານໃນ ການຄວບຄູມຫຍ້າ, ຫຼຸດຜ່ອນສັດຕູພືດ ແລະ ຫຼຸດຜ່ອນ ການນຳໃຊ້ສານເຄມີໃນນາເຂົ້າ ລວມທັງຫຼຸດຜ່ອນຕົ້ນທຶນ ການຜະລິດເຂົ້ານາໄດ້ອີກດ້ວຍ.