ຄູ່ມືນີ້ນຳສະເໜີວິທີການແບບຂັ້ນຕອນເພື່ອຈັດຕັ້ງ ແລະ ບໍລິຫານສວນຜັກອິນຊີໃນສະພາບອາກາດເຂດຮ້ອນ. ເອກະສານນີ້ຖືກຈັດທຳໂດຍ BanSuanAiOun ພາຍໃຕ້ໂຄງການ ALiSEA Small Grants Facility 2023 ໂດຍອີງໃສ່ປະສົບການພາກສະໜາມ ແລະ ການທົດລອງໃນພື້ນທີ່. ເນື້ອໃນຄອບຄຸມການອອກແບບສວນ, ການກະກຽມດິນ, ວິທີການພໍ່ກ້າ, ການດູແລພືດ, ການເກັບກ່ຽວ, ການຈັດການແມງສັດຕູພືດແບບທຳມະຊາດ ແລະ ການຈັດການວັດຖຸອິນຊີເຊັ່ນ ປຸຍປາ ແລະ ນ້ຳຊ່ວຍເພີ່ມການສັງເຄາະແສງ. ຄູ່ມືນີ້ມີເປົ້າໝາຍເພື່ອຊ່ວຍເຫຼືອຄົວເຮືອນ ແລະ ຊາວນາຫນຸ່ມໃຫ້ສາມາດພັດທະນາຄວາມມັ່ນຄົງທາງອາຫານ ແລະ ເພີ່ມລາຍໄດ້ຜ່ານການຜະລິດຜັກອິນຊີຢ່າງຍືນຍົງ.