ເອກະສານສະບັບນີ້ນຳສະເໜີຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ຂະແໜງກະສິກຳ ແລະ ບັນຫາທີ່ກ່ຽວຂ້ອງກັບການຮັກສາການຜະລິດພືດໃຫ້ເປັນປົກກະຕິໃນໄລຍະທີ່ມີການປ່ຽນແປງຜິດປົກກະຕິຂອງດິນຟ້າອາກາດ, ໂດຍໄດ້ຊີ້ແຈງຢ່າງຈະແຈ້ງຜ່ານສາມຈຸດດັ່ງລຸ່ມນີ້: 1. ແນວຄວາມຄິດພື້ນຖານ ແລະ ຂໍ້ມູນທີ່ກ່ຽວຂ້ອງກັບດິນຟ້າອາກາດ; 2. ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ການຜະລິດພືດ; 3. ວິທີການຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ເພື່ອໃຫ້ບັນລຸການຜະລິດພືດໄດ້ຕາມປົກກະຕິ.