ວິດີໂອນີ້ສະແດງໃຫ້ເຫັນພູມປັນຍາທ້ອງຖິ່ນຂອງຊົນເຜົ່າຕະໂອ້ຍ ແລະ ເຈັ໋ງ ໃນເມືອງສະຫນາມໄຊ ແຂວງອັດຕະປື ກ່ຽວກັບການເຮັດຫລຸມປາໃນນາເຂົ້າ. ຫລຸມປາເປັນພື້ນທີ່ໃຫ້ປາຢູ່ອາໃສ, ປະສົມພັນ ແລະ ຮັກສາພັນ ທີ່ຊ່ວຍຮັກສາຊີວະນາໄນພັນພ້ອມກັບສະໜອງອາຫານໃຫ້ຄອບຄົວຊາວກະສິກອນ. ວິດີໂອໄດ້ເນັ້ນໃຫ້ເຫັນ ຊາວກະສິກອນສາມາດເກັບກ່ຽວປາໄດ້ເຖິງ 10-20 ກິໂລຕໍ່ຂຸມໃນລະດູເກັບກ່ຽວ ໂດຍບໍ່ຕ້ອງລົງທຶນຊື້ປາ ຫຼື ອາຫານປາເລີຍ ເພາະປາທໍາມະຊາດຈະຫາກິນແມງໄມ້, ຂີ້ກະເດືອນ, ວັດຊະພືດ ແລະ ສັດນໍ້າອື່ນໆທີ່ຢູ່ໃນນາ.