ແຜ່ນພັບເຕັກນິກທາງວິຊາການສະບັບນີ້ແມ່ນໄດ້ນຳສະເໜີແນວທາງ ແລະ ວິທີການຈັດຕັ້ງປະຕິບັດ ສຳລັບການລິເລີ່ມ ແລະ ການບໍລິການຈັດການລະບົບການລ້ຽງໝູແບບປ່ອຍມີຂອບເຂດ ໂດຍມີເນື້ອໃນສຳຄັນເຊັ່ນ: ການເຮັດຄອກໝູ, ການເຮັດຄອກຫຍ້າ, ການວາງແຜນການໃຫ້ອາຫານ ແລະ ການຜະລິດອາຫານ ເພື່ອເພີ່ມໂພຊະນາການຂອງໝູ. ໂດຍເນັ້ນໃສ່ຫຼັກການນິເວດກະສິກຳ (Agroecology) ເພື່ອສົ່ງເສີມການນຳໃຊ້ແນວທາງການປະຕິບັດທີ່ເປັນມິດຕໍ່ສິ່ງແວດລ້ອມເຊັ່ນ: ການຮັກສາຄຸນະພາບດິນ, ຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ການນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ. ແຜ່ນພັບສະບັບນີ້ແມ່ນແທດເໝາະກັບຊາວກະສິກອນຂະໜາດນ້ອຍຫາຂະໜາດກາງ ໂດຍມີເປົ້າໝາຍເພື່ອປັບປຸງຄຸນະພາບຂອງສັດ, ເພີ່ມປະສິດທິພາບການໃຫ້ອາຫານ ແລະ ເພີ່ມມູນຄ່າຜົນຜະລິດ ໂດຍຜ່ານວິທີການປະຢັດຕົ້ນທຶນ ແລະ ການວາງແຜນຢ່າງເໝາະສົມ.