ເອກະສານບົດຮຽນນີ້ນຳສະເໜີວ່າໂຄງການ Youth Agroecology Caravan (YAC) ຊ່ວຍເສີມສ້າງການມີສ່ວນຮ່ວມຂອງຊາວໜຸ່ມໃນກະສິກຳນິເວດ ຜ່ານການຮຽນຮູ້ຈາກພາກສະໜາມ, ການຮຽນຮູ້ຮ່ວມກັນ ແລະ ການແລກປ່ຽນຄວາມຮູ້. ໂຄງການນີ້ຊ່ວຍໃຫ້ຊາວກະສິກອນຫນຸ່ມ, ນັກສຶກສາ ແລະ ຜູ້ປະກອບວຽກດ້ານກະສິກຳ ພັດທະນາທັກສະປະຕິບັດ, ຂະຫຍາຍເຄືອຂ່າຍຄວາມຮ່ວມມື ແລະ ນຳໃຊ້ນະວັດຕະກຳດ້ານກະສິກຳນິເວດໃນຊຸມຊົນຂອງຕົນ. ບົດຮຽນນີ້ຍັງສະທ້ອນໃຫ້ເຫັນຄວາມສຳຄັນຂອງການຮຽນຮູ້ຜ່ານປະສົບການໃນການສົ່ງເສີມກະສິກຳທີ່ຍືນຍົງສຳລັບຄົນຮຸ່ນໃໝ່.