ວິດີໂອນີ້ ນຳສະເໜີການລ້ຽງເຜີ້ງ ແລະ ການສ້າງລາຍຮັບຈາກເຜີ້ງ ເຊິ່ງເປັນປະໂຫຍດຫລາຍ. ເຜີ້ງແມ່ນແມງໄມ້ທີ່ມີປະໂຫຍດສຳລັບລະບົບນິເວດກະສິກຳ ເພາະຊ່ວຍໃນການປະສົມພັນເກສອນດອກໄມ້ເຮັດໃຫ້ເກີດພືດຜົນຜະລິດ. ປະຊາຊົນລາວນຳໃຊ້ນໍ້າເຜີ້ງເປັນຢາສະໝຸນໄພເພື່ອປິ່ນປົວຈາກພະຍາດຕ່າງໆ ເຊັ່ນ: ໄຂ້ຫວັດ, ເຈັບຄໍ ດ້ວຍການປະສົມກັບນໍ້າຫມາກນາວ ແລະ ນໍ້າອຸ່ນ. ນອກຈາກນັ້ນ, ຜະລິດຕະພັນຈາກເຜີ້ງຍັງສາມາດນຳໄປຜະລິດເປັນເຄື່ອງສຳອາງ, ສະບູ, ທຽນໄຂ ແລະ ອື່ນໆ. ວິດີໂອໄດ້ສະແດງໃຫ້ເຫັນຂັ້ນຕອນການເຮັດຮັງເຜີ້ງ, ວິທີການດູແລ, ການເກັບນໍ້າເຜີ້ງ, ແລະ ການຂາຍ. ການລ້ຽງເຜີ້ງເປັນການຈັດຕັ້ງປະຕິບັດທີ່ສອດຄ່ອງກັບຫລັກການດ້ານກະສິກຳນິເວດທີ່ດີເຊັ່ນ: ການນຳໃຊ້ຄືນໃໝ່, ສຸຂະພາບສັດ, ຄວາມຫລາກຫລາຍຊີວະນານາພັນ, ການເຊື່ອມສານລະຫວ່າງອົງປະກອບນິເວດ ແລະ ການເພີ່ມຄວາມຫລາກຫລາຍຂອງລາຍຮັບ.