ຄູ່ມືນີ້ໃຫ້ຄຳແນະນຳທີ່ນຳໃຊ້ໄດ້ຈິງ ສຳລັບການລ້ຽງປານ້ຳຈືດແບບຜະສົມຜສານອິນຊີໃນຫວຽດນາມ ໂດຍຖືກພັດທະນາພາຍໃຕ້ໂຄງການທີ່ຮັບການສະໜັບສະໜູນຈາກ FAO ເພື່ອສົ່ງເສີມການລ້ຽງນ້ຳຢ່າງຍືນຍົງ. ເນື້ອຫາອະທິບາຍຫຼັກການສຳຄັນຂອງການຜະລິດອິນຊີ ຮວມທັງການເລືອກສະຖານທີ່, ຄວາມປອດໄພດ້ານສິ່ງແວດລ້ອມ ແລະ ການປະຕິບັດຕາມມາດຕະຖານແຫ່ງຊາດ. ເອກະສານໄດ້ລາຍລະອຽດການກະກຽມບໍ່ນ້ຳ, ການຈັດການຄຸນນະພາບນ້ຳ ແລະ ແນວທາງອີງໃສ່ນິເວດ ທີ່ເນັ້ນສົມດຸນລະຫວ່າງປາ, ພືດ, ຈຸລະຊີວະ ແລະ ຫ່ວງໂຊ່ອາຫານທຳມະຊາດ. ຄູ່ມືເນັ້ນຄວາມສຳຄັນຂອງການໃຊ້ອາຫານອິນຊີ, ການເລືອກສາຍພັນປາທີ່ເໝາະກັບທ້ອງຖິ່ນ ແລະ ການປ້ອງກັນໂລກດ້ວຍວິທີຊີວະພາບ ແທນການໃຊ້ສານເຄມີ. ນອກຈາກນັ້ນ ຍັງອະທິບາຍເຕັກນິກໃນການພັດທະນາອາຫານທຳມະຊາດ, ການຈັດການທາດອາຫານ ແລະ ການຮັກສາເງື່ອນໄຂທີ່ເໝາະສົມເຊັ່ນ ອຸນຫະພູມ, pH, ອອກຊີເຈນລະລາຍ ແລະ ຄວາມໃສຂອງນ້ຳ. ນອກຈາກນັ້ນ ຍັງໃຫ້ຄຳແນະນຳເກື່ອນກັບການປ່ອຍປາ, ການດູແລ ແລະ ການເກັບກ່ຽວ. ໂດຍລວມ ຄູ່ມືນີ້ມຸ່ງເນັ້ນຊ່ວຍໃຫ້ກະສິກອນເພີ່ມຜົນຜະລິດ, ຄຸນນະພາບສິນຄ້າ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ ພ້ອມທັງຕອບສະໜອງຄວາມຕ້ອງການຕະຫຼາດທີ່ເພີ່ມຂຶ້ນ ສຳລັບຜະລິດຕະພັນປາອິນຊີທີ່ປອດໄພ.