ການປ່ຽນແປງສະພາບອາກາດແມ່ນສິ່ງທີ່ຫຼີກລ້ຽງບໍ່ໄດ້ ແລະເປັນແນວໂນ້ມຂອງໂລກ. ປາກົດການນີ້ຈະສົ່ງຜົນກະທົບຕໍ່ຊາວກະສິກອນຫຼາຍລ້ານຄົນທົ່ວໂລກ ໂດຍສະເພາະຊາວກະສິກອນໃນປະເທດກຳລັງພັດທະນາ. ປື້ມເຫຼັ້ມນີ້ມີຈຸດປະສົງເປັນຄູ່ມືທີ່ເຂົ້າໃຈງ່າຍສຳລັບຊາວກະສິກອນ ໂດຍໃຊ້ພາສາທີ່ງ່າຍ ແລະກະຊັບ ຄວບຄູ່ກັບຮູບປະກອບທີ່ສະແດງຕົວຢ່າງການປະຕິບັດດ້ານການກະສິກຳທີ່ປະສົບຜົນສຳເລັດໃນການປັບຕົວຕໍ່ການປ່ຽນແປງສະພາບອາກາດ.