ຄູ່ມືນີ້ນໍາສະເໜີແນວທາງສໍາລັບການນໍາໃຊ້ກະສິກໍາທໍາມະຊາດ Kyusei ແລະ ເຕັກໂນໂລຊີຈຸລິນຊີທີ່ມີປະສິດທິຜົນ (EM) ໂດຍແນວທາງເຫຼົ່ານີ້ບໍ່ໄດ້ຖືກຈັດເຮັດຂຶ້ນເພື່ອເປັນຄໍາແນະນໍາທີ່ຕາຍຕົວສໍາລັບການນໍາໃຊ້ຈຸລິນຊີທີ່ມີປະສິດທິຜົນ. ແຕ່ຄວນຖືກປັບໃຊ້ແລະນໍາໄປປະຍຸກຕາມສະພາບແວດລ້ອມ, ຊັບພະຍາກອນທີ່ມີຢູ່ ແລະ ລະດັບການຍອມຮັບຂອງຜູ້ນໍາໃຊ້.