ບົດລາຍງານນີ້ທົບທວນກອບນະໂຍບາຍ ແລະ ກົດໝາຍຂອງຫວຽດນາມ ກ່ຽວກັບລະບົບເມັດພັນທີ່ຈັດການໂດຍຊາວກະສິກອນ (FMSS), ການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງເມັດພັນ. ການສຶກສາພົບວ່າ ຫວຽດນາມໄດ້ເພີ່ມຄວາມເຂັ້ມແຂງໃນການຄວບຄຸມຄຸນນະພາບເມັດພັນ ແລະ ການອະນຸລັກຊີວະນາໆພັນ ແຕ່ລະບົບຍັງເນັ້ນຫນັກໄປທີ່ລະບົບທາງການ ແລະ ການຄ້າ. FMSS ມີບົດບາດສຳຄັນໃນການອະນຸລັກເມັດພັນພື້ນເມືອງ, ຄວາມມັ່ນຄົງອາຫານ ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແຕ່ຍັງບໍ່ໄດ້ຮັບການຮັບຮູ້ຢ່າງພຽງພໍ. ບົດລາຍງານຊີ້ໃຫ້ເຫັນອຸປະສັກດ້ານຂັ້ນຕອນຮັບຮອງ, ການຂາດການຮັບຮູ້ດ້ານກົດໝາຍ ແລະ ການສະໜັບສະໜູນຈາກລັດ. ກໍລະນີສຶກສາໃນພາກເໜືອຂອງຫວຽດນາມສະແດງວ່າ ທະນາຄານເມັດພັນຊຸມຊົນ ແລະ ກຸ່ມເມັດພັນ ສາມາດຊ່ວຍເສີມສ້າງຊີວິດຄວາມເປັນຢູ່ ແລະ ອະນຸລັກຊີວະນາໆພັນໄດ້.