ເອກະສານນີ້ນໍາສະເໜີຍຸດທະສາດການຕະຫຼາດ ແລະ ການສົ່ງເສີມຜະລິດຕະພັນກະສິກໍານິເວດ ເພື່ອຂະຫຍາຍຕະຫຼາດ ແລະ ເພີ່ມລາຍໄດ້ໃຫ້ແກ່ກະສິກອນລາຍຍ່ອຍໃນແຂວງສຽມຣຽບ ປະເທດກໍາປູເຈຍ. ເອກະສານໄດ້ນໍາສະເໜີກິດຈະກໍາການສົ່ງເສີມທີ່ປະສານການນໍາໃຊ້ເຄື່ອງມືການສື່ສານຫຼາຍຮູບແບບ ເພື່ອເຂົ້າເຖິງທັງລູກຄ້າລາຍບຸກຄົນ ແລະ ລູກຄ້າທຸລະກິດ. ພ້ອມກັນນັ້ນ ເອກະສານຍັງໃຫ້ຄໍາແນະນໍາກ່ຽວກັບການຈັດເຮັດສື່ປະຊາສໍາພັນ, ການຈັດກິດຈະກໍາ ແລະ ການຝຶກອົບຮົມທັກສະການຂາຍໃຫ້ແກ່ກຸ່ມຜູ້ຜະລິດ. ບົດຮຽນທີ່ໄດ້ຮັບຊີ້ໃຫ້ເຫັນວ່າ ການມີຍຸດທະສາດການສື່ສານທີ່ປະສານກັນຢ່າງເປັນລະບົບ, ຄວາມຮ່ວມມືທີ່ໃກ້ຊິດລະຫວ່າງບັນດາພາກສ່ວນ ແລະ ການເສີມສ້າງຄວາມສາມາດດ້ານການປະຊາສໍາພັນຂອງຜູ້ຜະລິດ ເປັນປັດໄຈສໍາຄັນສໍາລັບການພັດທະນາຕະຫຼາດຢ່າງຍືນຍົງ.