ເປັນບາດກ້າວຕໍ່ໄປເພື່ອໄດ້ຮັບການສະໜັບສະໜູນທີ່ເໝາະ ສົມ , ໂຄງການພັດທະນາລະບົບນິເວດຊີວະນາໆ ພັນກະສິກໍາ(ຕາບີ) ໄດ້ອານຸມັດໃຫ້ເຮັດການສຶກສາດ້ານການຕະຫລາດເພື່ອກວດ ສອບຫາທ່າແຮງຂອງຕະຫລາດ ແລະ ຈໍາແນກໃຫ້ເຫັນ ເຖິງຜູ້ປະ ກອບການທີ່ຈະສາມາດເຮັດການສືບຕໍ່ໃຫ້ການສະໜັບສະໜູນ ດ້ານການຕະຫລາດໃຫ້ແກ່ຊາວກະສິກອນຜູ້ລ້ຽງເຜິ້ງຕໍ່ໄປພາຍ ຫລັງທີ່ໂຄງການໄດ້ສິ້ນສຸດໄປແລ້ວ. ມາຮອດປະຈຸບັນນີ້,ຍັງບໍ່ທັນ ໄດ້ຮູ້ຈັກເທື່ອກ່ຽວກັບການສຶກສາຄົ້ນຄ້ວາດ້ານການຕະຫລາດ ນໍ້າເຜິ້ງໃນລາວວ່າໄດ້ເຮັດແລ້ວຫລືບໍ່, ນອກຈາກການສໍາຫລວດ ກ່ຽວກັບຈໍານວນຜູ້ບໍລິໂພກເທົ່ານັ້ນ ໃນປີ 2003. ບົດສະຫລຸບ ຫຍໍ້ຈາກການຮຽນຮູ້ສະບັບນີ້ ແມ່ນໄດ້ອິງໃສ່ຜົນຂອງການສຶກສາ ຢ່າງເຕັມສ່ວນທີ່ໄດ້ເຮັດແລ້ວໃນປີ 2017.