ຊຸດຂໍ້ມູນນີ້ປະກອບດ້ວຍວິດີໂອສັ້ນ 2 ລາຍການ ທີ່ຈັດເຮັດຂຶ້ນພາຍໃຕ້ ໂຄງການຄາຣາວານກະສິນິເວດສຳລັບເຢົາວະຊົນ (Youth Agroecology Caravan – YAC) ໃນກຳປູເຈຍ ເຊິ່ງເປັນການຮຽນຮູ້ແບບພາກສະໜາມ ເພື່ອສະໜັບສະໜູນເຢົາວະຊົນ ແລະ ຊາວກະສິກອນໃຫ້ເຂົ້າໃຈແນວທາງກະສິນິເວດ ຜ່ານການເຂົ້າຢ້ຽມຊົມຟາມ ແລະ ການແລກປ່ຽນປະສົບການ
ວິດີໂອເຫຼົ່ານີ້ກ່ຽວຂ້ອງກັບຫົວຂໍ້ສຳຄັນໃນການຝຶກອົບຮົມ ເຊັ່ນ ການຫຼຸດຜ່ອນການໃຊ້ສານເຄມີ ການນຳໃຊ້ຊັບພະຍາກອນໃນຟາມ ແລະ ການເພີ່ມຄວາມຫຼາກຫຼາຍໃນລະບົບການຜະລິດ ເພື່ອສະໜັບສະໜູນການກະສິກຳ ແລະ ຊີວິດຄວາມເປັນຢູ່ທີ່ຍືນຍົງ