ປຶ້ມຫົວນີ້ໄດ້ພັນລະນາເຖິງລະບົບການປູກພືດທີ່ຫຼາກຫຼາຍ, ແລະ ໃນບັນດາລະບົບເຫຼົ່ານັ້ນ ກໍໄດ້ອະທິບາຍເຖິງຜົນປະໂຫຍດຂອງການປູກຊັ້ນ. ຕໍ່ມາກໍໄດ້ນຳສະເໜີການປູກຊັ້ນຖົ່ວດິນ-ຖົ່ວຂຽວ-ຫຍ້າເວຕີເວີ, ລັກສະນະຂອງແນວພັນຖົ່ວດິນ ແລະ ຖົ່ວຂຽວ, ແມງໄມ້ສັດຕູພືດ, ພະຍາດ ແລະ ການທຳລາຍຈາກຫຍ້າທີ່ເກີດຂຶ້ນຕົ້ນຕໍໃນຖົ່ວດິນ ແລະ ຖົ່ວຂຽວ, ພ້ອມທັງວິທີປ້ອງກັນພວກມັນ.