ປຶ້ມຫົວນີ້ອະທິບາຍເຖິງວິທີການໃຫ້ໄດ້ມາເຊິ່ງແນວພັນດີ, ແນວພັນບໍລິສຸດ, ວິທີເຮັດແນວໃດໃຫ້ມີແກ່ນພັນທີ່ມີຄຸນນະພາບດີ, ຜົນປະໂຫຍດທີ່ຈະໄດ້ຮັບຈາກການໃຊ້ແກ່ນພັນເຫຼົ່ານັ້ນ, ພ້ອມທັງແນວຄວາມຄິດກ່ຽວກັບການເກັບຮັກສາແກ່ນພັນຈາກພາຍນອກ. ນອກຈາກນັ້ນ, ປຶ້ມຫົວນີ້ຍັງໄດ້ນຳສະເໜີວິທີການທີ່ຄວນປະຕິບັດ ເພື່ອຟື້ນຟູແນວພັນດີ, ແນວພັນບໍລິສຸດຂອງທ້ອງຖິ່ນ, ປັດໃຈທີ່ເຮັດໃຫ້ຄຸນນະພາບຂອງແກ່ນພັນທ້ອງຖິ່ນຫຼຸດລົງ, ແລະ ວິທີການເກັບຮັກສາແກ່ນພັນທ້ອງຖິ່ນ – ເພື່ອໃຫ້ຜູ້ອ່ານເຂົ້າໃຈແນວຄວາມຄິດພື້ນຖານ.